ເດືອນມີນາ 28, 2024

ຄະນະວິສະວະກຳສາດໄດ້ສ້າງຕັ້ງຂຶ້ນໃນປີ  1995, ໂດຍມີຊື່ວ່າ “ຄະນະວິສະວະກໍາ ແລະ ສະຖາປັດຕະຍະກໍາສາດ”(FEA) ເປັນໜຶ່ງໃນ 11 ຄະນະວິຊາຂອງມະຫາວິທະຍາໄລແຫ່ງຊາດລາວ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ/95. ໂດຍການລວມເອົາບັນດາ 5 ສະຖາບັນຊັ້ນສູງມີຄື: ມະຫາວິທະຍາໄລສັບພະວິຊາ 2 ທັນວາ (ສ້າງຕັ້ງຂຶ້ນໃນປີ1984),ໂຮງຮຽນການຊ່າງຊັ້ນສູງໄຟຟ້າເອເລັກໂຕຣນິກ(ສ້າງຕັ້ງຂຶ້ນໃນປີ1977),ໂຮງຮຽນຄົມມະນາຄົມຂົນສົ່ງຊັ້ນສູງ (ສ້າງຕັ້ງຂຶ້ນໃນປີ 1972), ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ (ສ້າງຕັ້ງຂຶ້ນໃນປີ 1979)  ແລະ ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ(ສ້າງຕັ້ງຂຶ້ນໃນປີ1983).ໃນເດືອນມິຖຸນາປີ2004 ພາກວິຊາສະຖາປັດຕະຍະກໍາ, ໜຶ່ງໃນເຈັດພາກວິຊາ ຂອງຄະນະວິສະວະກໍາ   ແລະ ສະຖາປັດຕະຍະກໍາສາດ, ໄດ້ແຍກອອກຈາກ ຄະນະວິສະວະກໍາ ແລະ ສະຖາປັດຕະຍະກໍາສາດ ມາເປັນຄະນະສະຖາປັດຕະຍາກຳສາດ. ຕໍ່ມາ FEAໄດ້ປ່ຽນຊື່ມາເປັນຄະນະວິສະວະກຳສາດ(FEN). ຈາກນັ້ນ, ຄວສ ໄດ້ເຕີບໃຫຍ່ເປັນຄະນະວິຊາທີ່ໃຫຍ່ທີ່ສຸດຂອງ ມຊ.
ປັດຈຸບັນ ຄະນະວິສະວະກຳສາດປະກອບມີ  10 ພາກວິຊາ  ເຊິ່ງນັກສຶກສາປີທີ 1 ຈະໄດ້ຮຽນວິຊາພື້ນຖານໃນທຸກສາຂາວິຊາວິສະວະກຳ. ໂດຍທົ່ວໄປແລ້ວ,ຫຼັງຈາກຈົບປີທໍາອິດ, ນັກສຶກສາຈະໄດ້ເລືອກສາຍທີ່ນອນໃນສິບຫົກວິຊາຮຽນ ໂດຍອີງໃສ່ຄວາມມັກ  ແລະ  ຜົນການຮຽນໃນປີທໍາອິດຂອງເຂົາເຈົ້າ.

ນອກຈາກຫຼັກສູດການຮຽນການສອນກ່ຽວກັບວິຊາວິສະວະກຳແລ້ວ, ຄະນະວິຊາຍັງໄດ້ໃຫ້ນັກສຶກສາມີຄວາມຮູ້ທາງພາກປະຕິບັດ   ພ້ອມທັງປູກຈິດສໍານຶກກ່ຽວກັບບັນຫາສັງຄົມ   ແລະ ສິ່ງແວດລ້ອມເຊິ່ງມັນມີຄວາມສໍາຄັນຕໍ່ກັບສັງຄົມ ແລະ ວິຊາຊີບຂອງເຂົາເຈົ້າ.ມີນັກສຶກສາໃໝ່ປະມານ  1,300 ຄົນທີ່ສາມາດສອບເສັງເຂົ້າມາໄດ້ໃນແຕ່ລະປີ,  ເຮັດໃຫ້ມີຈຳນວນນັກສຶກສາທັງໝົດປະມານ 5,200 ຄົນ. ນັບຕັ້ງແຕ່ການລວມຕົວຂອງມະຫາວິທະຍາໄລ, ໃນແຕ່ລະປີຄະນະວິສະວະກຳສາດ ມີຈຳນວນນັກສຶກສາສະເລ່ຍປະມານ  1,054  ຄົນ ທີ່ໄດ້ສຳເລັດການສຶກສາຈາກຄະນະວິສະວະກໍາສາດ  ເພື່ອຜົນປະໂຫຍດຂອງສັງຄົມ  ແລະ  ເສດຖະກິດຂອງປະເທດ. ນັກສຶກສາທີ່ຈົບການສຶກສາຫຼາຍຄົນໄດ້ກາຍເປັນວິສະວະກອນທີ່ປະສົບຜົນສໍາເລັດ ແລະ ໄດ້ປະກອບສ່ວນທີ່ສໍາຄັນຕໍ່ສັງຄົມ  ແລະ ປະເທດຊາດ

ງານສໍາມະນາ Interpretation of Calibration Certificate

ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ບໍລິສັດ Phanthamit Analytical Lab Co.,ltd ແລະ ສູນຫ້ອງປະຕິບັດການ ແລະ ວິໄຈທາງການແພດ ແລະ…

Read More

CATALYST

ວິທີການສື່ສານໃນວິທີການສອນວິຊາຊີບຂອງມະຫາວິທະຍາໄລທີ່ສຸມໃສ່ການປັບປຸງຜົນຜະລິດການສຶກສາ ແລະ ຄວາມຍືນຍົງໄດ້ ຮັບ ການ ຮ່ວມ ມື ໂດຍ ໂຄງການ ERASMUS + ຂອງສະຫະພາບ ເອີຣົບສະຖາບັນຂອງເຈົ້າມີສ່ວນຮ່ວມໃນໂຄງການ…

Read More

ປະກາດຮັບສະໝັກນັກສຶກສາ ມະຫາວິທະຍາໄລແຫ່ງຊາດ

ປະກາດຮັບສະໝັກ ຄະນະວິສະວະກຳສາດເປີດຮັບສະໝັກນັກສຶກສາປະລິນຍາຕີວິສະວະກຳສາດ (ຕໍ່ເນື່ອງ) 9 ສາຂາວິຊາ ແລະ ອະນຸປະລິນຍາ 1 ສາຂາວິຊາ ສົກສຶກສາ 2021-2022 ຂັ້ນຕອນການສະໝັກ: 1….

Read More

ຄະນະວິສະວະກຳສາດ, ມຊ

ຖະໜົນມິດຕະພາບລາວ-ໄທ, ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທລະສັບ: 856-021-314382
Email: [email protected]