ຂໍແຈ້ງມາຍັງ ຄູ-ອາຈານ ແລະ ນັກສຶກສາປະລິນຍາຕີ ປີ 4 ພາກປົກກະຕິ, ປີ 2 ລະບົບຕໍ່ເນື່ອງພ້ອມທັງປະລິນຍາໂທທຸກຫ້ອງ ໃນການເລີ່ມເປີດການຮຽນ-ການສອນຫລັງພັກ COVID-19 ໃນວັນອັງຄານ ທີ 2 ມິຖຸນາ 2020 ເປັນຕົ້ນໄປ. ເພື່ອເປັນການປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດອັກເສບປອດອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຈຶ່ງຂໍແຈ້ງມາດຕະການປ້ອງກັນ ແລະ ໃຫ້ປະຕິບັດຢ່າງເຄັ່ງຄັດ ໂດຍມີລາຍລະອຽດດັ່ງນີ້: 1. ຕ້ອງສວມໃສ່ໜ້າກາກອານາໄມປິດປາກ-ດັງ (ນັກສຶກສາກຸ້ມຕົນເອງ), ຖ້າຫາກບໍ່ສວມໃສ່ແມ່ນບໍ່ອະນຸຍາດໃຫ້ເຂົ້າອາຄານເດັດຂາດ. 2. ຕ້ອງກວດວັດອຸນຫະພູມທຸກຄັ້ງກ່ອນເຂົ້າອາຄານ, ຖ້າຫາກອຸນຫະພູມສູງກວ່າ 37.5 ອົງສາເຊຂຶ້ນໄປແມ່ນບໍ່ອະນຸ ຍາດໃຫ້ເຂົ້າອາຄານເດັດຂາດ ແລະ ຕ້ອງພົວພັນພົບແພດ ຫລື ປຶກສາສາຍດ່ວນຄະນະສະເພາະກິດ 165 ຫລື 166. 3. ຕ້ອງຮັກສາໄລຍະຫ່າງທາງສັງຄົມ (Social Distancing) ຢ່າງໜ້ອຍ 1 ແມັດ. 4. ໝັ່ນລ້າງມືດ້ວຍນຳສະອາດ ໃສ່ສະບູ ນ້ຳຢາລ້າງມື ແອວກໍຮໍ 70 ອົງສາເຊ/90 ອົງສາເຊ ຫລື ເຈວແອວກໍຮໍ (ນັກສຶກສາກຸ້ມຕົນເອງ), ນັກສຶກສາສາມາດໃຊ້ກ໋ອກນ້ຳທັງ 4 ຈຸດຂອງ 4 ແຈຂ້າງອາຄານໄອທີ ແລະ ຫ້ອງນ້ຳ.