ເດືອນເມສາ 27, 2024

ມະຫາວິທະຍາໄລພັນທະມິດ

ຄະນະວິສະວະກໍາສາດໄດ້ໃຫ້ຄວາມສໍາຄັນແກ່ການຮວ່ມມືກັບມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊ້ັນສູງໃນ ທົ່ວໂລກຕາມແນວທາງຂອງມະຫາ ວິທະຍາໄລແຫ່ງຊາດ ເປັນຕົ້ນແມ່ນມະຫາວິທະຍາໄລ ຕ່າງໆຈາກປະເທດຢີ່ປຸ່ນ, ຝລັ່ງ, ສະວິດເຊີແລນ, ສສ. ຫວຽດນາມ, ກໍາປູເຈຍ, ມຽນມາ, ອິນໂດ ເນເຊຍ, ຟີລິບປິນ, ມາເລເຊຍ, ໄທ, ສິງກະໂປ, ສປ. ຈີນ, ສ. ເກົາຫີຼ, ແຄນນາດາ, ເຢຍລະມັນ, ໂປແລນ, ບຽວຢ້ຽມ, ຟິນແລນ ແລະ ໂຣມາເນຍ. ດ້ວຍ ການຮ່ວມມືດັ່ງ ກ່າວ ຄະນະວິສະວະກໍາສາດ ຈຶ່ງໄດ້ຮ່ວມກິດຈະກໍາ ການແລກປ່ຽນໃນລະດັບຕ່າງໆ. ມາຮອດປະຈຸບັນ ໂຄງການແລກປ່ຽນທີ່ຄະນະວິສະ ວະກໍາສາດ ເຄີຍເຂົ້າຮ່ວມປະກອບມີດັ່ງນີ້:

  • ການເຮັດວິໄຈຮ່ວມ,ທີ່ຮັບສິດທິພິເສດສູງ ເນື່ອງຈາກສາຍສໍາພັນການຮ່ວມມືກັບຫຼາຍປະເທດ.
  • ການແລກ ປ່ຽນທາງດ້ານວິຊາການ ເຊີ່ງລວມມີການຈັດກອງປະຊຸມ ແລະ ສໍາມະນາ.
  • ມີການແລກປ່ຽນລະຫວ່າງຄູ – ອາຈານ ແລະ ພະນັກງານຝ່າຍການຄົ້ນຄວ້າວິໄຈ ທີ່ໄດ້ຮັບໜ້າທີ່ໃນຫ້ອງທົດລອງ ຫືຼ ອົງກອນຕ່າງໆໃນແຕ່ລະຫົວຂໍ້.