ເດືອນເມສາ 27, 2024

ວິໄສທັດ

ມະຫາວິທະຍາໄລແຫ່ງຊາດກາຍເປັນສູນກາງການສຶກສາຊັ້ນສູງລະດັບຊາດ ທີ່ມີຄວາມເຂັ້ມແຂງ, ທັນສະໄໝ, ນໍາໜ້າທາງດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຢູ່ ສປປ ລາວ, ມີມາດຕະຖານທຽບເທົ່າກັບພາກພື້ນ   ແລະ ສາກົນ, ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ມີຄວາມສາມາດ, ມີຄຸນສົມບັດ, ຈະລິຍະທໍາ   ແລະ ຄວາມສີວິໄລທາງດ້ານຈິດໃຈເພື່ອຕອບສະໜອງນັກວິຊາການທີ່ມີຄຸນນະພາບ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.