ເດືອນເມສາ 27, 2024

ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ບໍລິສັດ Phanthamit Analytical Lab Co.,ltd ແລະ ສູນຫ້ອງປະຕິບັດການ ແລະ ວິໄຈທາງການແພດ ແລະ ການກະເສດ ແຫ່ງອາຊີ ຫຼື AMARC ໄດ້ມີການຈັດສໍາມະນາ ພົບປະແລກປ່ຽນຄວາມຮູ້ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 15 ກັນຍາ 2023 ກ່ຽວກັບ ການຕີຄວາມໝາຍຜົນການປຽບທຽບເຄື່ອງມື. ໃນງານນີ້ມີຜູ້ເຂົ້າຮ່ວມທັງໝົດ 48 ຄົນ ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ: ສະຖາບັນການສຶກສາ, ສະຖາບັນວິເຄາະ ແລະ ວິໄຈ, ໂຮງໝໍ, ໂຮງແຮມ ແລະ ຮ້ານອາຫານ, ບໍ່ແຮ່, ເຂື່ອນໄຟຟ້າ ແລະ ໂຮງງານຜະລິດ. ການສຳມະນາຄັ້ງນີ້ ແມ່ນໄດ້ເນັ້ນໃສ່ການສອບທຽບເຄື່ອງມືທີ່ກ່ຽວຂ້ອງກັບການດຳເນີນງານຂອງພາກສ່ວນທີ່ກຽ່ວຂ້ອງ, ບັນຍາຍໂດຍທີມງານ AMARC ຮ່ວມກັບ ຄະນະວິສະວະກຳສາດ. ຜູ້ຊ່ຽວຊານໄດ້ອະທິບາຍເຖິງຄວາມສໍາຄັນຂອງການລາຍງານຜົນວັດແທກ ແລະ ສອບທຽບ, ພື້ນຖານຂອງການວັດແທກ (metrology), ແລະ ຄວາມສາມາດໃນການວັດແທກຄືນ ແລະ ການຕີຄວາມຫມາຍຜົນການສອບທຽບເຄື່ອງມື ເພື່ອໃຫ້ສອດຄ່ອງກັບລະບົບ ISO/IEC 17025:2017, ລວມທັງການນໍາເອົາໄປໃຊ້ໃນວຽກງານ ແລະ ປະຍຸກໃຊ້ໃນວຽກງານຕົວຈິງ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *