ເດືອນເມສາ 28, 2024

ປະກາດຮັບສະໝັກ

ຄະນະວິສະວະກຳສາດເປີດຮັບສະໝັກນັກສຶກສາປະລິນຍາຕີວິສະວະກຳສາດ (ຕໍ່ເນື່ອງ) 9 ສາຂາວິຊາ ແລະ ອະນຸປະລິນຍາ 1 ສາຂາວິຊາ ສົກສຶກສາ 2021-2022

ຂັ້ນຕອນການສະໝັກ:

1. ສາມາດສະໝັກຜ່ານລະບົບອອນລາຍໄດ້ທີ່ລິ້ງ ຫລື ສະແກນ QR ໃນໂພສເຕີ (3-19/11/2021) ລິ້ງສຳລັບສະໝັກສອບເສັງປະລິນຍາຕີຕໍ່ເນື່ອງ: shorturl.at/cBC49

ລິ້ງສຳລັບສະໝັກສອບເສັງອະນຸປະລິນຍາຕີ: shorturl.at/rxABQ

2. ຫລັງຈາກສະໝັກແລ້ວທ່ານຈະໄດ້ຮັບອີເມວຕອບກັບພ້ອມກັບລະຫັດລົງທະບຽນ ແລ້ວທຳການຊຳລະຄ່າທຳນຽມສະໝັກສອບເສັງ 40,000ກີບ ຜ່ານບັນຊີທະນາຄານເລກທີ 103-12-07192415 (ຊື່ບັນຊີ: VIXAY VANKHAM, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ) ຫລື ສະແກນ QR ຊ່ອງທາງການຊຳລະເງິນ

3. ທຳການລົງທະບຽນຢືນຢັນການຊຳລະເງິນ ແລະ ແຈ້ງລາຍລະອຽດຂໍ້ມູນການເຂົ້າສອບເສັງອອນລາຍ

4. ເຂົ້າສອບເສັງທົດລອງ (ເຊິ່ງທາງຄະນະຮັບຜິດຊອບຈະແຈ້ງວັນເວລາໃຫ້ຊາບຕາມພາຍຫລັງ)

– ເຂົ້າສອບເສັງແທ້ແມ່ນວັນທີ 24 ພະຈິກ 2021

ເອກະສານປະກອບການສະໝັກ:

1. ສຳເນົາໃບປະກາສະນີຍະບັດ (ສະແກນ ຫລື ຖ່າຍຮູບ ໃນຮູບແບບ PNG, JPG ຫລື PDF)

2. ສຳເນົາໃບຄະແນນ (ສະແກນ ຫລື ຖ່າຍຮູບ ໃນຮູບແບບ PNG, JPG ຫລື PDF)

ສອບຖາມຂໍ້ມູນເພີ່ມຕື່ມໂທ: 021-315275

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *